ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໃນແຕ່ລະປີຍັງມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 40 ຄົນຕໍ່ປີ

     ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ກ່າວໃນບັ້ນເຂົ້າຮ່ວມພິທີເປີດການກວດກູ້
ແລະ ທຳລາຍລະເບີດບໍ່ທັນແຕກຢູ່ທີ່ເມືອງກາສີ ແຂວງວຽງຈັນ ໂດຍ ສະຫາຍ ໄດ້ກ່າວບາງຕອນວ່າ:” ໃນລະຫວ່າງປີ 1964-1973 ສະ
ໄໝສົງຄາມ, ຖ້ຽວບິນຂອງ ອາເມຣິກາ ໄດ້ຂົນລະເບີດຖິ້ມໃສ່ແຜ່ນດິນປະເທດລາວ 580.000 ຖ້ຽວ ບັນຈຸລູກລະເບີດເກືອບ 3 ລ້ານ
ໂຕນ ແລະ ຄາດຄະເນວ່າມີລະເບີດລູກຫວ່ານຢູ່  270 ລ້ານໜ່ວຍ ເຊິ່ງປະກອບມີຫຼາຍຊະນິດ.

     ໃນນັ້ນ, ຍັງມີລູກລະເບີດ 30% ບໍ່ທັນແຕກ ແລະ ຢັ່ງຢາຍຢູ່ຕາມພື້ນທີ່ຕ່າງໆໃນຂອບເຂດທົ່ວປະເທດ. ພາຍຫຼັງສົງຄາມໄດ້ສິ້ນສຸດ
ລົງ ໄດ້ມີຜູ້ຮັບບາດເຈັບ ແລະ ເສຍຊີວິດຫຼາຍກວ່າ 50,000 ຄົນ ແລະ ຫຼາຍໆຄົນກໍ່ກາຍເປັນຄົນພິການຢ່າງຖາວອນ, ສະເລ່ຍແລ້ວມາ
ຮອດປັດຈຸບັນ, ໃນແຕ່ລະປີຍັງມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 40 ຄົນຕໍ່ປີ. ລູກລະເບີດ 30% ບໍ່ທັນແຕກ ໃນນັ້ນ, ມີລະເບີດ
ລູກຫວ່ານ ປະມານ 80 ລ້ານໜ່ວຍ ເຊິ່ງແຂວງທີ່ມີລູກລະເບີດຫຼາຍກວ່າໝູ່ແມ່ນ ຊຽງແຂວງ ແລະ ສະຫວັນນະເຂດ, ສາລະວັນ ຕາມລໍາ
ດັບ. ນອກນັ້ນ, ບາງເຂດບໍ່ມີຂໍ້ມູນການຖິ້ມລະເບີດ, ແຕ່ພັດພົບເຫັນ ແລະ ເກີດເຫດລະເບີດແຕກ ຍ້ອນເຫັນໄດ້ໄພອັນຕະລາຍຈາກລູກລະ
ເບີດບໍ່ທັນແຕກ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຊີ້ນໍາກອງກວດກູ້ລະເບີດເພື່ອມະນຸດສະທໍາ 58 ຮ່ວມມືກັບອົງການ
ສາກົນ ເວົ້າລວມ. ເວົ້າສະເພາະ, ກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ກໍານົດເອົາຂົງເຂດກະສິກໍາເປັນເຂດບູລິມະສິດ ເຊັ່ນຢູ່ເມືອງຄໍາ
ເກີດ ຂອງ ແຂວງບໍລິຄໍາໄຊ ແລະ ບາງພື້ນທີ່ຂອງ ແຂວງວຽງຈັນ ເພື່ອບໍ່ໃຫ້ຊາວກະສິກອນທີ່ດໍາເນີນອາຊີບການຜະລິດກະສິກໍາຕ້ອງເປັນຜູ້
ຖືກເຄາະຮ້າຍ.”

     ໂອກາດນີ້, ສະຫາຍ ຮອງລັດຖະມົນຕີ ໄດ້ສະແດງຄວາມຮູ້ສຶກເສຍໃຈ ແລະ ບໍ່ເພິ່ງພໍໃຈຕໍ່ຜົນຮ້າຍຈາກລູກລະເບີດທີ່ຕົກຄ້າງເປັນຈໍາ
ນວນຫຼວງຫຼາຍ ເຮັດໃຫ້ພື້ນທີ່ບໍ່ມີຄວາມປອດໄພ, ປະຊາຊົນບໍລິສຸດ ແລະ ຜູ້ເປັນເສົາຫຼັກຂອງຄອບຄົວ ຫຼື ຜູ້ທີ່ຮັກຊາດທີ່ດໍາລົງຊີວິດດ້ວຍ
ຄວາມຍຸຕິທໍາຕ້ອງເປັນຜູ້ຖືກເຄາະຮ້າຍ. ແນວໃດກໍຕາມອ້າຍນ້ອງທະຫານສູ້ຊົນເກັບກູ້ລະເບີດ ເພື່ອໃຫ້ແຜ່ນດິນລາວປອດໄພຈາກລະເບີດ
ຕົກຄ້າງ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 03/01/2024